ວັນທີ 28 ຕຸລາ 2020 ຢູ່ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ, ພະແນກໄປສະນີ ໂທລະຄົມມະນາຄົມແລະສື່ສານແຂວງ ຮ່ວມກັບ ສາຂາບໍລິສັດລາວໂທລະຄົມ ມະຫາຊົນ, ສາຂາບໍລິສັດ ETL ຈຳກັດ ແລະ ສາຂາບໍລິສັດລັດວິສາຫະກິດ ໄປສະນີລາວ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກບໍລິໂພກຈຳນວນນຶ່ງ ລວມມູນຄ່າທັງຫມົດ 2,390,000 ກີບ ເພື່ອໃຫ້ການຈັດຕັ້ງຂັ້ນແຂວງນຳໄປຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບອຸທົກກະໄພ (ນໍ້າຖ້ວມ) ຢູ່ບັນດາແຂວງໃນທົ່ວປະເທດ.
ໃນວັນທີ່ 3 ເດືອນ ສິງຫາ 2017 ພະນັກງານວິຊາການ ຂະແຫນງໂທລະຄົມມະນາຄົມ ພະແນກໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວກວດກາ, ເກັບກຳຂໍ້ມູນການນຳໃຊ້ວິທະຍຸສື່ສານໂຟນີຂອງບໍລິສັດໄຟຟ້ານ້ຳເທີນ 2 ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ .ເພື່ອສຶບຕໍ່ອະນຸຍາດການນຳໃຊ້ວິທະຍຸສື່ສານໂຟນີປີ 2017 ໃຫ້ຖືກຕ້ອງຕາມລະບຽບການ.
ວັນທີ 14 ສິງຫາ 2020 ທີ່ ຫ້ອງປະຊຸມພະແນກໄປສະນີ ໂທລະຄົມມະນາຄົມ ແລະການ ສື່ສານແຂວງຄໍາມ່ວນ, ໄດ້ຈັດໃຫ້ມີພິທີປະກາດພະນັກງານ-ລັດຖະກອນ ຂອງພະແນກ ປທສ ແຂວງ ເຂົ້າຮັບອຸດໜູນບຳນານ ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກໄປສະນີ ໂທລະຄົມມະນາຄົມ ແລະການ ສື່ສານແຂວງຄຳມ່ວນ, ມີຄະນະພະແນກ,ຫົວໜ້າຂະແໜງ,ຮອງຂະແໜງ ແລະ ພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.