ໃນວັນທີ 21 ຕຸລາ 2020 ພະແນກໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານແຂວງຄຳມ່ວນໄດ້ເປີດກອງປະຊຸມສະຫລຸບລາຍງານກ່ຽວກັບການລົງກວດກາການດຳເນີນທຸລະກິດຮ້ານໃຫ້ບໍລິການອິນເຕີເນັດ ກາເຟ ປະເພດ1 ພາຍໃນເມືອງທ່າແຂກ.ກອງປະຊຸມດຳເນີນໂດຍການເປັນປະທານຂອງທ່ານ ນາງ ເພັດລຳມອນ ແກ້ວກັນຍາ ຮອງຫົວຫນ້າພະແນກ ປທສ ແຂວງ, ໂດຍມີຮອງຫົວຫນ້າພະແນກ205ຫ້ອງສັນຕິບານປກສແຂວງ,ຫົວຫນ້າຂະແຫນງ,ຮອງຫົວຫນ້າຂະແຫນງພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ,

ກອງປະຊຸມໄດ້ລາຍງານກ່ຽວກັບຂໍ້ສະດວກແລະຫຍຸ້ງຍາກພ້ອມທັງແລກປ່ຽນຄຳຄິດຄຳເຫັນໂດຍໄດ້ຍົກໃຫ້ເຫັນຫລາຍບັນຫາທີ່ສຳຄັນເພື່ອຄວາມເປັນເອກະພາບກັນໃນການຄຸ້ມຄອງຮ້ານໃຫ້ບໍລິການດັ່ງກ່າວໃຫ້ຖືກຕ້ອງ ແລະ ສອດຂ້ອງກັບລະບຽບກົດຫມາຍ.
