ໃນວັນທີ່ 05 ພະຈິກ 2020 ພະແນກໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າ ປຶກສາຫາລືກ່ຽວກັບການສະຫລຸບລາຍງານຂໍ້ມູນສະຖິຕິທາງດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ທັນກັບເວລາ, ຖືກຕ້ອງຄົບຖ້ວນ ແລະຊັດເຈນ. ໂດຍການເປັນ ປະທານຂອງທ່ານ ສຸຂະມະໂນທຳ ກອງລາ ຮອງຫົວຫນ້າພະແນກ ປທສ ແຂວງຄຳມ່ວນ, ນອກນັ້ນຍັງມີ ຄະນະອຳນວຍການ, ຕາງຫນ້າສາຂາບໍລິສັດ ທີ່ໃຫ້ບໍລິການທາງດ້ານໄປສະນີ ໂທລະຄົມມະນາຄົມ, ຫົວຫນ້າຂະແຫນງ, ຮອງຫົວຫນ້າຂະແຫນງ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງຫມົດ 15 ທ່ານ, ຍິງ 03 ທ່ານ.