ໃນຕອນບ່າຍຂອງວັນທີ່ 28 ກໍລະກົດ 2020 ຮາກຖານພັກພະແນກ ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນສົມບູນ ແລະ ຮັບເອົາມະຫາຊົນທີ່ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ຂອງໜ່ວຍພັກພະແນກ ປທສ ແຂວງຄຳມ່ວນ, ໜ່ວຍພັກ ສາຂາບໍລິສັດລາວໂທລະຄົມ ມະຫາຊົນ. ໂດຍການເປັນປະທານຮ່ວມຂອງສະຫາຍ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຮອງຫົວໜ້າພະແນກ ປທສ, ສະຫາຍ ໄທຍະພອນ ສິງທອງ ອາດິດເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ປທສ ແຂວງຄຳມ່ວນ ,ພ້ອມດ້ວຍແຂກທີຖືກເຊີນ,ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າ ຈຳນວນ 31 ສະຫາຍ.ຍິງ 16 ສະຫາຍ.
ກອງປະຊຸມໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ,ຂອງໜ່ວຍພັກພະແນກ ປທສ ແຂວງ , ໜ່ວຍພັກ ສາຂາບໍລິສັດ ລາວໂທລະຄົມ ມະຫາຊົນ,ຈຳນວນ 3 ສະຫາຍ ຍິງ 2 ສະຫາຍ,
ພະແນກໄປສະນີ,ໂທລະຄົມມະນາຄົມແລະການສື່ສານໄດ້ສ້າງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ 2020
ໃນວັນທີ່ 3 ເດືອນ ສິງຫາ 2017 ພະນັກງານວິຊາການ ຂະແຫນງໂທລະຄົມມະນາຄົມ ພະແນກໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານແຂວງຄຳມ່ວນ ໄດ້ລົງເຄື່ອນໄຫວກວດກາ, ເກັບກຳຂໍ້ມູນການນຳໃຊ້ວິທະຍຸສື່ສານໂຟນີຂອງບໍລິສັດໄຟຟ້ານ້ຳເທີນ 2 ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ .ເພື່ອສຶບຕໍ່ອະນຸຍາດການນຳໃຊ້ວິທະຍຸສື່ສານໂຟນີປີ 2017 ໃຫ້ຖືກຕ້ອງຕາມລະບຽບການ.
ກະຊວງ ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານການຄຸ້ມຄອງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ຊຸດທີ່ II ຄັ້ງວັນທີ 15-16 ມີນາ 2018ທີ່ແຂວງສະຫວັນນະເຂດໂດຍການເປັນປະທານຂອງ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ,ໂທລະຄົມມະນາຄົມແລະການສື່ສານ,ໂດຍມີຫົວໜ້າກົມ,ຮອງກົມ,ຫົວໜ້າອົງການ,ຫົວໜ້າສູນ,ຮອງສູນ,ຫົວໜ້າພະແນກ,ຮອງພະແນກ,ຜູ້ອຳນວຍການທີ່ໃຫ້ບໍລິການທາງດ້ານໂທລະຄົມ,ແລະພະນັກງານວິຊາການພາກກາງ ແລະ ພາກໃຕ້ 9 ແຂວງ.